lo_exo_text_ulb_l3/30/11.txt

1 line
1.4 KiB
Plaintext

\v 11 ພຣະຢາເວໄດ້ກ່າວກັບໂມເຊວ່າ, \v 12 "ເມື່ອເຈົ້າຈົດສຳມະໂນຄົວຊາວອິສະຣາເອນ, ແລ້ວຈົ່ງໃຫ້ແຕ່ລະຄົນນຳຄ່າໄຖ່ຊີວິດຂອງຕົນມາຖວາຍແດ່ພຣະຢາເວ. ເຈົ້າຕ້ອງເຮັດສິ່ງນີ້ຫລັງຈາກທີ່ເຈົ້ານັບພວກເຂົາ, ເພື່ອວ່າຈະບໍ່ມີພັຍພິບັດເກີດຂຶ້ນທ່າມກາງພວກເຂົາ ເມື່ອເຈົ້ານັບພວກເຂົາ. \v 13 ທຸກໆຄົນທີ່ຖືກນັບໃນທະບຽນສຳມະໂນຄົວຈະຕ້ອງຖວາຍດັ່ງນີ້: ເງິນຫນັກເຄິ່ງເຊເຂ, ຕາມເຊເຂຂອງສະຖານນະມັດສະການ (ເຊເຂຫນຶ່ງເທົ່າກັບຊາວເກຮາ.) ເຄິ່ງເຊເຂຈະເປັນເຄື່ອງຖວາຍແດ່ພຣະຢາເວ. \v 14 ທຸກໆຄົນທີ່ຖືກນັບ, ຕັ້ງແຕ່ອາຍຸຊາວປີຂຶ້ນໄປ, ເມື່ອປະຊາຊົນນຳສີ່ງຂອງມາຖວາຍບູຊາແກ່ເຮົາ.