lo_exo_text_ulb_l3/29/31.txt

1 line
1.6 KiB
Plaintext

\v 31 ເຈົ້າຕ້ອງນຳແກະໂຕຜູ້ສຳລັບແຕ່ງຕັ້ງບັນດາປະໂລຫິດສຳລັບເຮົາ ແລະ ເອົາຊີ້ນມາຕົ້ມໃນສະຖານນະມັດສະການ. \v 32 ອາໂຣນ ແລະ ບັນດາລູກຊາຍຂອງລາວ ຕ້ອງກິນຊີ້ນແກະໂຕຜູ້ນັ້ນ ແລະເຂົ້າຈີ່ຊຶ່ງຢູ່ໃນກະຕ່າທີ່ທາງເຂົ້າຫໍເຕັນແຫ່ງຊຸມນຸມ . \v 33 ພວກເຂົາຕ້ອງກິນຊີ້ນ ແລະເຂົ້າຈີ່ທີ່ນຳມາຖວາຍບູຊາໄຖ່ບາບ ແລະສະຖາປະນາພວກເຂົາ, ເພື່ອແຍກພວກເຂົາອອກມາສຳລັບເຮົາ. ແຕ່ຄົນອື່ນໆຈະກິນບໍ່ໄດ້, ເພາະພວກເຂົາຕ້ອງຖືວ່າເປັນສິ່ງທີ່ໄດ້ຖວາຍແກ່ເຮົາແລ້ວ, ໄດ້ສະຫງວນໄວ້ສຳລັບເຮົາ. \v 34 ຖ້າຊີ້ນທີ່ໃຊ້ໃນເຄື່ອງຖວາຍເພື່ອສະຖາປະນາ, ຫລືເຂົ້າຈີ່ໃດໆນັ້ນຍັງເຫລືອຢູ່ຈົນຮອດຕອນເຊົ້າ, ແລ້ວເຈົ້າຕ້ອງເຜົາມັນ. ຫ້າມກິນເພາະເປັນສິ່ງທີ່ແຍກໄວ້ສຳລັບເຮົາ.