lo_exo_text_ulb_l3/29/26.txt

1 line
1.3 KiB
Plaintext

\v 26 ເຈົ້າຕ້ອງເອົາຊີ້ນສ່ວນເອິກຈາກແກະໂຕຜູ້ສຳລັບຖວາຍຂອງອາໂຣນ ແລະຖວາຍໂບກເປັນເຄື່ອງຖວາຍບູຊາ ຕໍ່ພຣະພັກພຣະຢາເວ, ແລະມັນຈະເປັນສ່ວນແບ່ງຂອງເຈົ້າ. \v 27 ເຈົ້າຕ້ອງເອົາຊີ້ນເອິກຂອງເຄື່ອງຖວາຍໂບກບູຊາທີ່ຖວາຍໂບກແລ້ວ ແຍກອອກໄວ້ສຳລັບເຮົາ, ແລະຊີ້ນກົກຂາທີ່ເປັນສ່ວນຂອງປະໂລຫິດ—ທັງສ່ວນເອິກທີ່ຖວາຍໂບກແລ້ວ ແລະ ຊີ້ນກົກຂາຊຶ່ງຈະເປັນສ່ວນແບ່ງຂອງອາໂຣນ ແລະບັນດາລູກຊາຍຂອງລາວ. \v 28 ສີ່ງເຫລົ່ານີ້ຈະເປັນກົດຕະຫລອດໄປສຳລັບອາໂຣນ ແລະບັນດາລູກຊາຍຂອງລາວ. ທີ່ຈະໄດ້ຮັບຈາກປະຊາຊົນອິສະຣາເອນ ເພື່ອຖວາຍແດ່ພຣະຢາເວ ຈາກເຄື່ອງຖວາຍສັນຕິບູຊາ.