lo_exo_text_ulb_l3/29/19.txt

1 line
895 B
Plaintext

\v 19 ເຈົ້າຕ້ອງນຳແກະໂຕຜູ້ອີກໂຕຫນຶ່ງມາ ແລະໃຫ້ອາໂຣນ ແລະບັນດາລູກຊາຍຂອງລາວຕ້ອງວາງມືເທິງຫົວຂອງແກະນັ້ນ. \v 20 ແລ້ວເຈົ້າຕ້ອງຂ້າແກະໂຕຜູ້ ແລະນຳເລືອດສ່ວນຫນຶ່ງມາ ທາທີ່ປາຍໃບຫູຂ້າງຂວາຂອງອາໂຣນ, ແລະປາຍໃບຫູຂ້າງຂວາຂອງບັນດາລູກຊາຍຂອງລາວ, ທີ່ນີ້ວໂປ້ມືຂ້າງຂວາ, ແລະທີ່ນີ້ວໂປ້ຕີນຂ້າງຂວາຂອງພວກເຂົາ. ແລ້ວເຈົ້າຕ້ອງພົມເລືອດຮອບໆແທ່ນບູຊາທຸກດ້ານ.