lo_exo_text_ulb_l3/29/12.txt

1 line
972 B
Plaintext

\v 12 ເຈົ້າຕ້ອງນຳເລືອດງົວບາງສ່ວນ ແລະໃຊ້ນີ້ວມືຈຸ່ມທາທີ່ເຂົາຂອງແທ່ນບູຊາ, ແລະເຈົ້າຕ້ອງຖອກເລືອດທີ່ເຫລືອທີ່ຖານຂອງແທ່ນບູຊາ. \v 13 ເຈົ້າຕ້ອງເອົາໄຂມັນທັງຫມົດທີ່ຫຸ້ມເຄື່ອງໃນ, ແລະໄຂມັນທັງຫມົດທີຫຸ້ມຕັບ ແລະໄຕທັງສອງຫນ່ວຍ ທັງໄຂມັນທີ່ຕິດໄຕນັ້ນ; ມາເຜົາທັງຫມົດເທິງແທ່ນບູຊາ. \v 14 ແຕ່ຊີ້ນກັບຫນັງ, ຂີ້ຂອງງົວນັ້ນ, ເຈົ້າຕ້ອງເຜົາໄຟທີ່ນອກຄ້າຍ. ນີ້ເປັນເຄື່ອງບູຊາຖວາຍໄຖ່ບາບ.