lo_exo_text_ulb_l3/29/05.txt

1 line
898 B
Plaintext

\v 5 ເຈົ້າຕ້ອງນຳເຄື່ອງແຕ່ງກາຍ ແລະສວມໃສ່ໃຫ້ອາໂຣນດ້ວຍເສື້ອຄຸມ, ເສື້ອຄຸມຍາວເອໂຟດ, ເສື້ອເອໂຟດ, ແລະເສື້ອຮັດເອິກ, ມັດສາຍແອວຂອງເອໂຟດທີ່ຖັກແສ່ວຢ່າງວິຈິດບັນຈົງໃຫ້ແຫນ້ນຮອບລາວ. \v 6 ເຈົ້າຕ້ອງພັນຜ້າໂພກຫົວໃສ່ເທິງຫົວຂອງລາວ ແລະສວມມົງກຸດບໍຣິສຸດທັບຜ້າໂພກຫົວ. \v 7 ແລ້ວເອົານໍ້າມັນເຈີມມາ ແລະຖອກລົງໃສ່ຫົວຂອງລາວ ແລະນີ້ແຫລະເປັນວິທີທີ່ເຈີມລາວ.