lo_exo_text_ulb_l3/28/36.txt

1 line
1.1 KiB
Plaintext

\v 36 ເຈົ້າຕ້ອງເຮັດແຜ່ນທອງຄຳບໍຣິສຸດ ແລະສະຫລັກໄວ້ເຫມືອນຢ່າງແກະສະຫລັກຕຣາປຣະທັບວ່າ, "ບໍຣິສຸດແດ່ພຣະຢາເວ." \v 37 ເຈົ້າຕ້ອງເອົາດ້າຍຖັກສີຟ້າມັດແຜ່ນຄຳນັ້ນໄວ້ໃຫ້ຢູ່ທີ່ຫນ້າຜ້າໂພກຫົວ. \v 38 ແຜ່ນທອງຄຳນັ້ນຈະຢູ່ເທິງຫນ້າຜາກຂອງອາໂຣນ; ລາວຕ້ອງແບກຄວາມຜິດຕ່າງໆ ກ່ຽວເນື່ອງກັບເຄື່ອງບູຊາອັນບໍຣິສຸດທີ່ຊາວອິສະຣາເອນນຳມາຖວາຍແດ່ພຣະຢາເວ. ຈະຕ້ອງມັດຜ້າໂພກຫົວທີ່ຫນ້າຜາກຂອງລາວໄວ້ສະເຫມີ. ເພື່ອພຣະຢາເວຈະຮັບເຄື່ອງຖວາຍຂອງພວກເຂົາ.