lo_exo_text_ulb_l3/28/29.txt

1 line
1.1 KiB
Plaintext

\v 29 ເມື່ອອາໂຣນເຂົ້າໄປໃນສະຖານບໍຣິສຸດ, ລາວຕ້ອງແຂວນຊື່ບັນດາລູກຊາຍຂອງອິສະຣາເອນຈາຣຶກ ໄວ້ທີ່ເອິກຂອງລາວໃນເສື້ອຮັດເອິກແຫ່ງການຕັດສິນ, ໃຫ້ເປັນທີ່ລະນຶກຕໍ່ພຣະພັກພຣະຢາເວສະເຫມີ. \v 30 ເຈົ້າຈົ່ງສອດອູຣິມ ແລະທູມມິມໄວ້ໃນເສື້ອຮັດເອິກແຫ່ງການຕັດສິນ, ເພື່ອທີ່ທັງສອງສີ່ງນີ້ຈະແນບທີ່ໃຈຂອງອາໂຣນ ເມື່ອລາວເຂົ້າມາຫາພຣະຢາເວ. ດັ່ງນັ້ນອາໂຣນຈະນຳເອົາເຄື່ອງມືການຕັດສິນໃຈ ເພື່ອປະຊາຊົນອິສະຣາເອນໄວ້ທີ່ຫົວໃຈຂອງລາວ ຢູ່ຕໍ່ພຣະພັກພຣະຢາເວສະເຫມີ.