lo_exo_text_ulb_l3/28/21.txt

1 line
1.1 KiB
Plaintext

\v 21 ພອຍທັງຫລາຍຕ້ອງຈັດລຽງຕາມຊື່ຂອງລູກຊາຍຂອງອິສະຣາເອນສິບສອງຄົນ, ໄວ້ຕາມລໍາດັບຊື່. ພວກຫີນນັ້ນຕ້ອງເຫມືອນແກະສະຫລັກຕຣາປຣະທັບ, ແຕ່ລະຊື່ຈະແທນແຕ່ລະເຜົ່າຈາກສິບສອງເຜົ່າ. \v 22 ເຈົ້າຕ້ອງເຮັດເສື້ອຮັດເອິກ ລັກສະນະຄ້າຍເຊືອກຖັກເຂົ້າກັນ, ເປັນວຽກຖັກດ້ວຍທອງຄຳບໍຣິສຸດ. \v 23 ເຈົ້າຕ້ອງເຮັດຫູຄຳສອງຫູສຳລັບເສື້ອຮັດເອິກ ແລະຕ້ອງຕິດທີ່ມູມເທິງທັງສອງຂອງເສື້ອຮັດເອິກ. \v 24 ເຈົ້າຕ້ອງຕິດຫູສອງຫູທີ່ມູມສອງມູມຂອງຜ້າທັບເອິກ.