lo_exo_text_ulb_l3/28/10.txt

1 line
1.4 KiB
Plaintext

\v 10 ຫິນແຜ່ນທີ່ຫນຶ່ງຈະຕ້ອງມີຫົກຊື່, ແລະອີກຫົກຊື່ຕ້ອງຢູ່ເທິງຫີນອີກແຜ່ນ, ຕາມລຳດັບການເກີດຂອງບັນດາລູກຊາຍ. \v 11 ວຽກຂອງຊ່າງແກະສະຫລັກຫີນ ເປັນເຫມືອນຢ່າງແກະສະຫລັກຕຣາປຣະທັບ, ເຈົ້າຕ້ອງແກະສະຫລັກຫີນສອງແຜ່ນດ້ວຍຊື່ຂອງລູກຊາຍສິບສອງຄົນຂອງອິສະຣາເອນ. ເຈົ້າຕ້ອງຕິດບັນດາຫີນເທິງເຮືອນຄຳ. \v 12 ເຈົ້າຕ້ອງຮ້ອຍຫີນທັງກ້ອນນີ້ ເຂົ້າກັບແຖບທັງສອງຂ້າງຂອງເສື້ອເອໂຟດ, ຫີນເຫລົ່ານັ້ນຈະເຮັດໃຫ້ພຣະຢາເວລະນຶກເຖິງບັນດາລູກຊາຍຂອງອິສະຣາເອນ. ອາໂຣນຈະແບກຊື່ຂອງພວກເຂົາທັງຫມົດໄວ້ເທິງບ່າທັງສອງຂ້າງ ຕໍ່ພຣະພັກພຣະຢາເວເພື່ອໃຫ້ເປັນທີ່ລະນຶກເຖິງ.