lo_exo_text_ulb_l3/28/01.txt

1 line
1.3 KiB
Plaintext

\c 28 \v 1 ຈົ່ງໄປເອີ້ນອາໂຣນອ້າຍຂອງເຈົ້າ ແລະບັນດາລູກໆຂອງລາວ —ນາດາບ, ອາບີຮູ, ເອເຣອາຊາ, ແລະອິທາມາ—ອອກຈາກທ່າມກາງຊາວອິສະຣາເອນເພື່ອວ່າພວກເຂົາຈະຮັບໃຊ້ເຮົາໃນຖານະປະໂລຫິດ. \v 2 ເຈົ້າຕ້ອງເຮັດເຄື່ອງແຕ່ງກາຍສຳລັບອາໂຣນ, ອ້າຍຂອງເຈົ້າ, ເຄື່ອງແຕ່ງກາຍນີ້ຈະເປັນກຽຕ ແລະຄວາມສະຫງ່າງາມຂອງລາວ. \v 3 ເຈົ້າຈົ່ງເວົ້າກັບປະຊາຊົນທັງຫມົດຊຶ່ງຈິດໃຈສະຫລາດ, ຄົນເຫລົ່ານັ້ນທີ່ເຮົາໃຫ້ພວກເຂົາເຕັມປ່ຽມດ້ວຍສະຕິປັນຍາ, ເພື່ອພວກເຂົາຈະໄດ້ເຮັດເຄື່ອງແຕ່ງກາຍບໍຣິສຸດສຳລັບອາໂຣນ ເພື່ອຮັບໃຊ້ເຮົາໃນຖານະປະໂລຫິດຂອງເຮົາ.