lo_exo_text_ulb_l3/27/11.txt

1 line
819 B
Plaintext

\v 11 ໃນເຊັ່ນດຽວກັນດ້ານທິດເຫນືອ, ຈະຕ້ອງມີຜ້າກັ້ງຍາວຫນຶ່ງຮ້ອຍສອກຕິດກັບເສົາຊາວຕົ້ນ, ຖານທອງແດງຊາວຖານຂໍເກາະເງິນ ແລະຮາວເງິນສຳລັບຍຶດເສົາຕ່າງໆ. \v 12 ດ້ານຕາເວັນຕົກຂອງລານຈະຕ້ອງມີຜ້າກັ້ງຍາວຫ້າສິບສອກ. ຈະຕ້ອງມີເສົາສິບຕົ້ນ ແລະຖານຮອງສິບເສົາສິບຖານ. \v 13 ລານດ້ານຕະເວັນອອກຈະຕ້ອງມີຜ້າກັ້ງຍາວຫ້າສິບສອກເຊັ່ນກັນ.