lo_exo_text_ulb_l3/26/12.txt

1 line
1.0 KiB
Plaintext

\v 12 ສ່ວນທີ່ເກີນຢູ່ເຄິ່ງຫນຶ່ງຂອງຜ້າເຕັນ, ຄືວ່າ, ສ່ວນທີ່ເຫລືອຫ້ອຍລົງມາຈາກຜ້າເຕັນ, ຕ້ອງຫ້ອຍທີ່ດ້ານຫລັງຫໍເຕັນ. \v 13 ດ້ານຫນຶ່ງຂອງຜ້າກັ້ງຕ້ອງເປັນຫນຶ່ງສອກ, ແລະອີກດ້ານກໍຍາວຫນຶ່ງສອກ—ສ່ວນທີ່ຍາວເກີນໄປຂອງຜ້າເຕັນຈະຕ້ອງຫ້ອຍລົງມາທາງຂ້າງໆ ຫໍເຕັນມາຂ້າງຫນຶ່ງ ແລະອີກຂ້າງຫນຶ່ງ ສຳລັບໃຊ້ກຳບັງ. \v 14 ເຈົ້າຕ້ອງເຮັດຜ້າຄຸມຫໍເຕັນ ດ້ວຍຫນັງແກະໂຕຜູ້ຍ້ອມສີແດງ, ແລະຄຸມດ້ວຍຫນັງສັດຢ່າງດີອີກຊັ້ນຫນຶ່ງ.