lo_exo_text_ulb_l3/26/01.txt

1 line
942 B
Plaintext

\c 26 \v 1 ເຈົ້າຕ້ອງສ້າງຫໍເຕັນດ້ວຍຜ້າກັ້ງສິບຜືນ ທີ່ເຮັດດ້ວຍຜ້າປ່ານເນື້ອດີ ແລະຂົນແກະຍ້ອມສີຟ້າ, ສີມ່ວງ, ແລະສີແດງເຂັ້ມເປັນເປັນຮູບເຄຣູບ. ນີ້ຈະເປັນງານຂອງຊ່າງຝີມືທີຊຳນານຫລາຍ. \v 2 ຄວາມຍາວຂອງຜ້າກັ້ງແຕ່ລະຜືນຕ້ອງຍາວຊາວແປດສອກ, ກວ້າງສີ່ສອກ. ຜ້າກັ້ງທຸກຜືນໃຫ້ມີຂະຫນາດເທົ່າກັນ. \v 3 ຜ້າກັ້ງຫ້າຜືນຈະຕ້ອງໃຫ້ເກາະຕິດກັນ, ແລະອີກຫ້າຜືນນັ້ນຈະຕ້ອງເກາະຕິດກັນດ້ວຍ.