lo_exo_text_ulb_l3/23/30.txt

1 line
1.6 KiB
Plaintext
Raw Permalink Blame History

This file contains invisible Unicode characters

This file contains invisible Unicode characters that are indistinguishable to humans but may be processed differently by a computer. If you think that this is intentional, you can safely ignore this warning. Use the Escape button to reveal them.

\v 30 ແຕ່ເຮົາຈະຄ່ອຍໆ, ໄລ່ພວກເຂົາໄປໃຫ້ພົ້ນຫນ້າພວກເຈົ້າ ຈົນພວກເຈົ້າທະວີຈຳນວນຫລາຍ ແລະຄອບຄອງດິນແດນນັ້ນເປັນກໍາມະສິດ. \v 31 ເຮົາຈະກຳຫນົດເຂດແດນຂອງພວກເຈົ້າໄວ້ຕັ້ງແຕ່ທະເລຕົ້ນກົກ ເຖິງທະເລຂອງຄົນຟິລິດຕິນ, ແລະຕັ້ງແຕ່ຖິ່ນແຫ້ງແລ້ງກັນດານ ຈົນເຖິງແມ່ນໍ້າເອຟາຣັດ. ເຮົາຈະໃຫ້ຊັຍຊະນະແກ່ພວກເຈົ້າເຫນືອຜູ້ອາໄສໃນແຜ່ນດິນນັ້ນ. ພວກເຈົ້າຈະຂັບໄລ່ອອກໄປໃຫ້ພົ້ນຫນ້າພວກເຈົ້າ. \v 32 ພວກເຈົ້າຕ້ອງບໍ່ເຮັດພັນທະສັນຍາກັບພວກເຂົາ ຫລືກັບບັນດາພະຂອງພວກເຂົາ. \v 33 ພວກເຂົາຕ້ອງບໍ່ອາໄສໃນດິນແດນຂອງພວກເຈົ້າ, ຫລືພວກເຂົາຈະຊັກຈູງພວກເຈົ້າໃຫ້ເຮັດບາບຕໍ່ສູ້ເຮົາ. ຖ້າພວກເຈົ້ານະມັດສະການພະຂອງພວກເຂົາ, ການເຮັດເຊັ່ນນີ້ຈະເປັນບ່ວງແຮ້ວດັກຈັບພວກເຈົ້າ.'"