lo_exo_text_ulb_l3/23/18.txt

1 line
1008 B
Plaintext

\v 18 ພວກເຈົ້າຕ້ອງບໍ່ຍອມຖວາຍເລືອດຈາກເຄື່ອງບູຊາທີ່ເຮັດຖວາຍໃຫ້ແກ່ເຮົາ ພ້ອມກັບເຂົ້າຫນົມໃສ່ເຊື້ອແປ້ງ. ໄຂມັນຈາກເຄື່ອງຖວາຍບູຊາໃນເທສະການລ້ຽງຂອງເຮົາ ຈະຕ້ອງບໍ່ເຫລືອຄ້າງຄືນຈົນເຖິງຕອນເຊົ້າ. \v 19 ພວກເຈົ້າຕ້ອງນຳສ່ວນທີ່ດີທີ່ສຸດຂອງພືດຜົນທຳອິດຈາກດິນຂອງພວກເຈົ້າມາຍັງພຣະວິຫານຂອງເຮົາ, ພຣະວິຫານຂອງພຣະຢາເວພຣະເຈົ້າຂອງພວກເຈົ້າ. ພວກເຈົ້າຕ້ອງບໍ່ຕົ້ມລູກແບ້ດ້ວຍນົມຂອງແມ່ຂອງມັນ.