lo_exo_text_ulb_l3/23/06.txt

1 line
1.2 KiB
Plaintext

\v 6 ພວກເຈົ້າຕ້ອງບໍ່ບິດເບືອນຄວາມຍຸຕິທັມ ທີ່ຄົນຈົນຄວນໄດ້ຮັບໃນຄະດີຂອງລາວ. \v 7 ຢ່າຮ່ວມກັບຄົນອື່ນໃນການໃສ່ຮ້າຍປ້າຍສີ, ແລະ ຢ່າປະຫານຄົນບໍຣິສຸດ ຫລື ຄົນຊອບທັມ, ເພາະເຮົາຈະບໍ່ປ່ອຍຄົນເຮັດຊົ່ວຢ່າງນັ້ນ. \v 8 ຫ້າມຮັບສິນບົນ, ເພາະສິນບົນເຮັດໃຫ້ຄົນຕາດີ ກາຍເປັນຄົນຕາບອດ, ແລະເຮັດໃຫ້ຖ້ອຍຄຳຂອງຄົນສັດຊື່ບິດເບືອນໄປ. \v 9 ພວກເຈົ້າຕ້ອງບໍ່ຂົ່ມເຫັງຄົນຕ່າງດ້າວ, ເພາະພວກເຈົ້າຮູ້ຈັກຊີວິດຄົນຕ່າງດ້າວແລ້ວ, ເມື່ອພວກເຈົ້າກໍເຄີຍເປັນຄົນຕ່າງດ້າວໃນແຜ່ນດິນອີຢິບມາກ່ອນ.