lo_exo_text_ulb_l3/22/29.txt

1 line
1.1 KiB
Plaintext

\v 29 ພວກເຈົ້າຕ້ອງບໍ່ຊັກຊ້າທີ່ຈະຖວາຍເຄື່ອງບູຊາທີ່ຈາກການເກັບກ່ຽວຂອງເຈົ້າ ຫລືຈາກອ່າງຢຽບອະງຸ່ນຂອງພວກເຈົ້າ. ພວກເຈົ້າຕ້ອງຖວາຍລູກຊາຍກົກຂອງເຈົ້າແກ່ເຮົາ. \v 30 ພວກເຈົ້າຕ້ອງຖວາຍລູກຫົວປີຂອງງົວ ແລະແກະຂອງເຈົ້າ. ໃຫ້ລູກມັນຢູ່ກັບແມ່ເຈັດມື້, ແຕ່ພໍເຖິງມື້ທີແປດຕ້ອງເອົາມາຖວາຍແກ່ເຮົາ. \v 31 ພວກເຈົ້າເປັນປະຊາຊົນທີ່ບໍຣິສຸດສຳລັບເຮົາ. ສະນັ້ນພວກເຈົ້າຕ້ອງບໍ່ກິນຊີ້ນສັດທີ່ຖືກກັດຕາຍໃນທົ່ງນາ. ແຕ່, ພວກເຈົ້າຈົ່ງໂຍນຊາກນັ້ນໃຫ້ຫມາກິນ.