lo_exo_text_ulb_l3/22/25.txt

1 line
1.1 KiB
Plaintext

\v 25 ຖ້າພວກເຈົ້າໃຫ້ປະຊາຊົນຂອງເຮົາຄົນໃດທີ່ເປັນຄົນຈົນທ່າມກາງພວກເຈົ້າຢືມເງິນໄປ, ພວກເຈົ້າຕ້ອງບໍ່ຖືວ່າຕົນເປັນເຈົ້າຫນີ້ ຫລືຫ້າມເອົາດອກເບ້ຍຈາກລາວ. \v 26 ຖ້າພວກເຈົ້າຍຶດເສື້ອຄຸມຂອງເພື່ອນບ້ານໄວ້ເປັນຂອງຄໍ້າປະກັນ, ພວກເຈົ້າຕ້ອງຄືນຂອງນັ້ນໃຫ້ລາວກ່ອນຕາເວັນຕົກດິນ, \v 27 ເພາະສິ່ງນັ້ນເປັນສິ່ງດຽວສຳລັບຄຸມ; ເສື້ອຜ້ານັ້ນກໍສຳລັບຄຸມຮ່າງກາຍຂອງລາວ. ລາວຈະໃຊ້ອັນໃດຫົ່ມນອນ? ເມື່ອລາວຮ້ອງທຸກຕໍ່ເຮົາ, ເຮົາຈະຟັງລາວ, ເພາະເຮົາມີໃຈເມດຕາ.