lo_exo_text_ulb_l3/21/22.txt

1 line
1.1 KiB
Plaintext

\v 22 ຖ້າຜູ້ຊາຍຕີກັນ ແລະໄປເຮັດໃຫ້ຍິງຖືພາບາດເຈັບຈົນ ເຮັດໃຫ້ເດັກເກີດກ່ອນກຳຫນົດ ຫລືຫລຸລູກ, ແຕ່ນາງບໍ່ໄດ້ຮັບອັນຕະລາຍ. ຄົນທີ່ທຳຮ້າຍນາງຈະຕ້ອງຖືກປັບໄຫມຕາມແຕ່ສາມີຂອງຍິງນັ້ນຈະຮຽກຮ້ອງເອົາຈາກລາວ, ແລະ ລາວຕ້ອງຈ່າຍຕາມທີ່ຜູ້ພິພາກສາຕັດສິນ. \v 23 ແຕ່ຫາກນາງໄດ້ຮັບບາດເຈັບສາຫັດ, ແລ້ວເຈົ້າຕ້ອງໃຊ້ແທນດ້ວຍຊີວິດ. \v 24 ຕາແທນຕາ, ແຂ້ວແທນແຂ້ວ, ມືແທນມື, ຕີນແທນຕີນ, \v 25 ຮອຍໄຫມ້ແທນຮອຍໄຫມ້, ບາດແຜແທນບາດແຜ, ຫລືຮອຍຊໍ້າແທນຮອຍຊໍ້າ.