lo_exo_text_ulb_l3/21/12.txt

1 line
947 B
Plaintext

\v 12 ຜູ້ໃດກໍຕາມຕີຄົນຫນຶ່ງແລ້ວເຂົາກໍຕາຍ, ຜູ້ນັ້ນຈະຕ້ອງຮັບເຖິງແກ່ຄວາມຕາຍແນ່ນອນ. \v 13 ຖ້າຄົນນັ້ນເຮັດໄປໂດຍບໍ່ໄຕ່ຕອງໄວ້ລ່ວງຫນ້າ, ແຕ່ດ້ວຍອຸບັດເຫດ, ແລ້ວເຮົາຈະກຳຫນົດທີ່ແຫ່ງຫນຶ່ງໃຫ້ລາວສາມາດຫນີໄປໄດ້. \v 14 ຖ້າຜູ້ໃດເຈດຕະນາຂ້າເພື່ອນບ້ານ ແລະວາງແຜນຂ້າຄົນໂດຍເຈດຕະນາ, ແລ້ວເຈົ້າຈົ່ງນຳຕົວລາວ, ແມ່ນວ່າລາວຈະຢູ່ທີ່ແທ່ນບູຊາຂອງພຣະເຈົ້າ, ເພື່ອລົງໂທດເຂົາເຖິງຕາຍ.