lo_exo_text_ulb_l3/20/08.txt

1 line
1.4 KiB
Plaintext

\v 8 ຈົ່ງລະນຶກເຖິງວັນສະບາໂຕ, ໃຫ້ຖືເປັນວັນບໍຣິສຸດຕໍ່ເຮົາ. \v 9 ເຈົ້າຈົ່ງເຮັດວຽກທັງສິ້ນຂອງພວກເຈົ້າຕະຫລອດຫົກວັນ. \v 10 ແຕ່ໃນມື້ທີເຈັດນັ້ນຖືເປັນສະບາໂຕແດ່ພຣະຢາເວພຣະເຈົ້າຂອງພວກເຈົ້າ. ໃນມືນັ້ນພວກເຈົ້າຕ້ອງບໍ່ເຮັດວຽກງານໃດໆ, ທັງພວກເຈົ້າ, ຫລືລູກຊາຍ, ຫລືລູກຍິງ, ຫລືທາດຊາຍ, ຫລືທາດຍິງ, ຫລືສັດລ້ຽງ, ຫລືຄົນຕ່າງດ້າວທີ່ອາໄສໃນປະຕູເມືອງທັງຫລາຍຂອງພວກເຈົ້າ. \v 11 ເພາະໃນຫົກມື້ພຣະຢາເວໄດ້ສ້າງຟ້າສະຫວັນ ແລະແຜ່ນດິນໂລກ, ທະເລ, ແລະທຸກສິ່ງໃນທີ່ເຫລົ່ານັ້ນ, ແລະພັກຜ່ອນໃນມື້ທີເຈັດ. ສະນັ້ນພຣະຢາເວໄດ້ອວຍພອນວັນສະບາໂຕ ແລະຕັ້ງມື້ນັ້ນໃຫ້ເປັນວັນບໍຣິສຸດ.