lo_exo_text_ulb_l3/20/04.txt

1 line
1.3 KiB
Plaintext

\v 4 ພວກເຈົ້າຕ້ອງບໍ່ເຮັດຮູບແກະສະຫລັກໃດສຳລັບຕົນ ຫລືຮູບເຫມືອນຂອງສິ່ງໃດ ຊຶ່ງມີຢູ່ໃນຟ້າສະຫວັນເບື້ອງເທິງ, ຫລືໃນແຜ່ນດິນໂລກເບື້ອງລຸ່ມ, ຫລືສິ່ງທີ່ຢູ່ໃນນໍ້າເບື້ອງລຸ່ມ. \v 5 ພວກເຈົ້າຕ້ອງບໍ່ຂາບໄຫວ້ພວກມັນ ຫລືນະມັດສະການພວກມັນ, ເພາະເຮົາ, ພຣະຢາເວພຣະເຈົ້າຂອງພວກເຈົ້າ, ເປັນພຣະເຈົ້າຜູ້ຫວງແຫນ. ເຮົາລົງໂທດຄວາມຊົ່ວຂອງບັນພະບຸຣຸດໂດຍນຳການລົງໂທດຕົກທອດໄປເຖິງລູກຫລານ. ເຖິງສາມ ແລະ ສີ່ເຊັ່ນຄົນຜູ້ທີ່ເຮົາກຽດຊັງ. \v 6 ແຕ່ເຮົາສຳແດງຄວາມສັດຊື່ຕໍ່ພັນທະສັນຍາຕໍ່ຄົນນັບພັນ ຜູ້ທີ່ຮັກເຮົາ ແລະຖືຮັກສາພຣະບັນຍັດທັງຫລາຍຂອງເຮົາ.