lo_exo_text_ulb_l3/18/17.txt

1 line
1.4 KiB
Plaintext

\v 17 ພໍ່ເຖົ້າຂອງໂມເຊກ່າວກັບລາວວ່າ, "ສິ່ງທີ່ເຈົ້າເຮັດແມ່ນສິ່ງທີ່ບໍ່ດີຫລາຍ. \v 18 ແນ່ນອນເຈົ້າຈະອ່ອນແຮງເອງ, ທັງເຈົ້າແລະປະຊາຊົນຜູ້ທີ່ຢູ່ກັບເຈົ້າດ້ວຍ. ພາລະນີ້ຫນັກເກີນກຳລັງຂອງເຈົ້າ. ເຈົ້າບໍ່ສາມາດເຮັດໄດ້ຄົນດຽວດອກ. \v 19 ຈົ່ງຟັງຂ້ອຍເຖີ້ນ. ຂ້ອຍຈະໃຫ້ຄຳແນະນຳແກ່ເຈົ້າ, ແລະຂໍໃຫ້ພຣະເຈົ້າສະຖິດກັບເຈົ້າດ້ວຍ, ເພາະເຈົ້າເປັນຜູ້ແທນຂອງປະຊາຊົນຕໍ່ພຣະເຈົ້າ, ແລະເຈົ້ານໍາຄວາມຂັດແຍ່ງມາແຈ້ງແກ່ພຣະອົງ. \v 20 ເຈົ້າຈົ່ງສັ່ງສອນພວກເຂົາໃຫ້ຮູ້ກົດເກນແລະພຣະບັນຍັດ. ເຈົ້າຕ້ອງຊີ້ທາງແກ່ພວກເຂົາເຖິງການດຳເນີນຊີວິດ ແລະ ສິ່ງທີ່ຕ້ອງປະຕິບັດ.