lo_exo_text_ulb_l3/18/13.txt

1 line
864 B
Plaintext

\v 13 ໃນມື້ຕໍ່ໄປ ໂມເຊນັ່ງລົງຕັດສິນຄະດີໃຫ້ປະຊາຊົນ. ປະຊາຊົນຢືນອ້ອມລາວຕັ້ງແຕ່ເຊົ້າຈົນຮອດຄໍ່າ. \v 14 ເມື່ອພໍ່ເຖົ້າຂອງໂມເຊເຫັນທຸກຢ່າງ ທີ່ໂມເຊໄດ້ເຮັດເພື່ອປະຊາຊົນ, ລາວກ່າວວ່າ, "ນີ້ເຈົ້າໃຊ້ວິທີອັນໃດປະຕິບັດກັບປະຊາຊົນນີ້? ເປັນຫຍັງເຈົ້າຈຶ່ງນັ່ງເຮັດວຽກຢູ່ຄົນດຽວ ແລະ ປະຊາຊົນທັງຫມົດກໍ່ຢືນອ້ອມເຈົ້າຕັ້ງແຕ່ເຊົ້າຈົນຮອດຄໍ່າ?"