lo_exo_text_ulb_l3/18/01.txt

1 line
1.4 KiB
Plaintext

\c 18 \v 1 ເຢທະໂຣ, ປະໂລຫິດແຫ່ງມີດີອານ, ພໍ່ເຖົ້າຂອງໂມເຊ, ໄດ້ຍິນເຖິງກິດຈະການຢ່າງທີ່ພຣະເຈົ້າໄດ້ເຮັດເພື່ອໂມເຊ ແລະອິສະຣາເອນປະຊາຊົນຂອງພຣະອົງ. ລາວໄດ້ຍິນວ່າພຣະຢາເວນຳອິສະຣາເອນອອກຈາກອີຢິບ. \v 2 ເຢທະໂຣ, ພໍ່ເຖົ້າຂອງໂມເຊ, ໄດ້ພາຊິບໂປຣາ, ເມຍຂອງໂມເຊ, ຫລັງຈາກທີ່ໂມເຊສົ່ງນາງກັບເມືອເຮືອນ. \v 3 ພ້ອມກັບລູກຊາຍທັງສອງຂອງນາງ; ລູກຊາຍຄົນຫນຶ່ງຊື່ ເກໂຊມ, ເພາະໂມເຊໄດ້ກ່າວວ່າ, "ຂ້ານ້ອຍເປັນຄົນຕ່າງດ້າວໃນຕ່າງແດນ." \v 4 ອີກຄົນຫນຶ່ງຊື່ວ່າເອລີເອເຊ, ເພາະໂມເຊໄດ້ກ່າວວ່າ, "ພຣະເຈົ້າຂອງບັນພະບຸຣຸດຂ້ານ້ອຍ ເປັນຜູ້ອຸປະຖຳຂອງຂ້ານ້ອຍ. ພຣະອົງຊ່ວຍຂ້ານ້ອຍຈາກຄົມດາບຂອງຟາຣາໂອ."