lo_exo_text_ulb_l3/17/08.txt

1 line
901 B
Plaintext

\v 8 ແລ້ວກອງທັບຊາວອາມາເຫລັກກໍໄດ້ຍົກມາ ແລະ ໂຈມຕີອິສະຣາເອນທີີ່ເຣຟິດິມ. \v 9 ດັ່ງນັ້ນໂມເຊໄດ້ສັ່ງໂຢຊວຍວ່າ, "ຈົ່ງເລືອກຜູ້ຊາຍບາງຄົນ, ອອກໄປຕໍ່ສູ້ອາມາເຫລັກ. ມື້ອື່ນເຮົາຈະຢືນເທິງຍອດຂອງພູ ພ້ອມກັບຖືໄມ້ຄ້ອນເທົ້າຂອງພຣະເຈົ້າໃນມື." \v 10 ດັ່ງນັ້ນໂຢຊວຍໄດ້ຕໍ່ສູ້ກັບອາມາເຫລັກຕາມຄຳສັ່ງຂອງໂມເຊ, ຂະນະທີ່ໂມເຊ, ອາໂຣນ, ແລະຮູເຣໄດ້ຂຶ້ນໄປເທິງຍອດພູນັ້ນ.