lo_exo_text_ulb_l3/16/09.txt

1 line
1.5 KiB
Plaintext

\v 9 ໂມເຊກ່າວກັບອາໂຣນວ່າ, "ຈົ່ງບອກແກ່ຊຸມນຸມຊົນອິສະຣາເອນທັງປວງວ່າ, 'ຈົ່ງມາຢູ່ຕໍ່ພຣະພັກພຣະຢາເວ, ເພາະພຣະອົງໄດ້ຍິນສຽງຈົ່ມຂອງພວກທ່ານແລ້ວ.'" \v 10 ຕໍ່ມາໃນຂະນະທີ່, ອາໂຣນກ່າວກັບຊຸມນຸມຊົນອິສະຣາເອນທັງປວງ, ວ່າພວກເຂົາໄດ້ເບິ່ງໄປທາງຖິ່ນແຫ້ງແລ້ງກັນດານ, ແລະ, ເບິ່ງແມ, ສະຫງ່າຣາສີຂອງພຣະຢາເວປາກົດຢູ່ໃນເມກ. \v 11 ແລ້ວພຣະຢາເວໄດ້ເວົ້າກັບໂມເຊ ແລະກ່າວວ່າ, \v 12 "ເຮົາໄດ້ຍິນສຽງຈົ່ມຂອງປະຊາຊົນອິສະຣາເອນແລ້ວ. ຈົ່ງກ່າວກັບພວກເຂົາວ່າ, 'ໃນຕອນແລງພວກເຈົ້າຈະໄດ້ກິນຊີ້ນ, ແລະໃນຕອນເຊົ້າພວກເຈົ້າຈະໄດ້ອາຫານກິນຈົນອີ່ມ. ແລ້ວພວກເຈົ້າຈະໄດ້ຮູ້ວ່າເຮົາເປັນພຣະຢາເວພຣະເຈົ້າຂອງພວກເຈົ້າ."