lo_exo_text_ulb_l3/16/01.txt

1 line
1.5 KiB
Plaintext

\c 16 \v 1 ປະຊາຊົນໄດ້ເດີນທາງອອກຈາກເອລິມ, ແລະຊຸມຊົນຂອງຊາວອິສະຣາເອນທັງຫມົດໄດ້ມາເຖິງຖິ່ນແຫ້ງແລ້ງກັນດານ ຊິນ, ຊຶ່ງຢູ່ລະຫວ່າງເອລິມ ແລະ ຊີນາຍ, ໃນວັນທີສິບຫ້າເດືອນສອງ ພາຍຫລັງອອກຈາກແຜ່ນດິນອີຢິບ. \v 2 ຊຸມຊົນທັງຫມົດຂອງຊາວອິສະຣາເອນຈົ່ມຕໍ່ວ່າໂມເຊ ແລະອາໂຣນໃນຖິ່ນແຫ້ງແລ້ງກັນດານ. \v 3 ຊາວອິສະຣາເອນກ່າວກັບພວກເຂົາວ່າ, "ຖ້າຫາກເຮົາໄດ້ຕາຍເສຍໃນແຜ່ນດິນອີຢິບ ດ້ວຍພຣະຫັດຂອງພຣະຢາເວໃນອີຢິບ ໃນເມື່ອພວກເຮົານັ່ງຢູ່ໃກ້ຫມໍ້ຊີ້ນ ແລະກິນເຂົ້າຈີ່ຢ່າງອີ່ມຫນໍາ. ເພາະພວກເຈົ້າໄດ້ນໍາພວກເຮົາມາຍັງຖິ່ນແຫ້ງແລ້ງກັນດານນີ້ ເພື່ອຈະຂ້າຄົນເຫລົ່ານີ້ທັງຫມົດຂອງເຮົາດ້ວຍຄວາມອຶດຫີວ."