lo_exo_text_ulb_l3/15/24.txt

1 line
1.6 KiB
Plaintext

\v 24 ດັ່ງນັ້ນປະຊາຊົນກໍໄດ້ຈົ່ມຕໍ່ໂມເຊ ແລະອາໂຣນ, "ພວກເຮົາຈະດື່ມຫຍັງ?" \v 25 ໂມເຊຈຶ່ງໄດ້ຮ້ອງຫາພຣະຢາເວ, ແລະພຣະຢາເວຈຶ່ງຊົງຊີ້ໃຫ້ລາວເຫັນຕົ້ນໄມ້ຕົ້ນຫນຶ່ງ. ເມື່ອໂມເຊໂຍນມັນລົງນໍ້າ, ແລະນໍ້ານັ້ນກໍຫວານດື່ມໄດ້. ທີ່ນັ້ນພຣະຢາເວປຣະທານກົດຫມາຍຢ່າງເຂັ້ມງວດໃຫ້ພວກເຂົາ, ແລະທີ່ນັ້ນພຣະອົງໄດ້ທົດສອບເບິ່ງພວກເຂົາ. \v 26 ພຣະອົງກ່າວວ່າ, ຖ້າເຈົ້າໃສ່ໃຈຟັງສຽງຂອງພຣະຢາເວພຣະເຈົ້າຂອງເຈົ້າ, ແລະເຮັດໃນສິ່ງທີ່ຖືກຕ້ອງໃນສາຍພຣະເນດຂອງພຣະອົງ, ແລະຖ້າພວກເຈົ້າງ່ຽງຫູຟັງພຣະບັນຍັດ ແລະເຊື່ອຟັງກົດຫມາຍທັງຫມົດຂອງພຣະອົງ—ແລ້ວເຮົາຈະບໍ່ໃຫ້ໂຣກຕ່າງໆ ຊຶ່ງເຮົາໃຫ້ເກີດແກ່ຊາວອີຢິບເກີດຂຶ້ນກັບພວກເຈົ້າເລຍ, ເພາະເຮົາຄືພຣະຢາເວເປັນຜູ້ປິ່ນປົວພວກເຈົ້າ.