lo_exo_text_ulb_l3/15/09.txt

1 line
1.2 KiB
Plaintext

\v 9 ຝ່າຍສັດຕຣູກ່າວວ່າ, 'ຂ້ອຍຈະຕິດຕາມ, ຂ້ອຍຈະໄລ່ໃຫ້ທັນ, ຂ້ອຍຈະແບ່ງຂອງທີ່ປຸ້ນມາ; ຂ້ອຍຈະພໍໃຈທີ່ໄດ້ເຮັດກັບພວກເຂົາສົມໃຈແລ້ວ; ຂ້ອຍຊັກດາບອອກມາ; ມືຂອງຂ້ອຍຈະທຳລາຍພວກເຂົາ.' \v 10 ແຕ່ພຣະອົງໄດ້ເປົ່າດ້ວຍລົມຂອງພຣະອົງ, ແລະທະເລກໍໄດ້ຖ້ວມພວກເຂົາ; ພວກເຂົາໄດ້ຈົມລົງເຫມືອນຂີ້ກົ່ວໃນກະແສນໍ້າທະເລອັນຫຍິ່ງໃຫຍ່. \v 11 ໃນບັນດາພະຕ່າງໆນັ້ນ, ແມ່ນອົງໃດນໍ ຈະເຫມືອນພຣະອົງ? ຂ້າແດ່ພຣະຢາເວ, ອົງໃດນໍຈະເຫມືອນພຣະອົງ, ຜູ້ຊົງງາມສະຫງ່າໃນຄວາມບໍຣິສຸດ, ຫນ້າຖວາຍກຽຕດ້ວຍຄຳສັນຣະເສີນ, ຊົງເຮັດການອັດສະຈັນ?