lo_exo_text_ulb_l3/14/29.txt

1 line
1.1 KiB
Plaintext

\v 29 ເຖີງຢ່າງໃດກໍຕາມ, ຊາວອິສະຣາເອນໄດ້ຍ່າງໄປຕາມດິນແຫ້ງກາງທະເລ. ນໍ້າທະເລໄດ້ຕັ້ງຂຶ້ນເຫມືອນກຳແພງສຳລັບພວກເຂົາທັງທາງຂວາ ແລະທາງຊ້າຍ. \v 30 ດັ່ງນັ້ນ ພຣະຢາເວໄດ້ຊ່ວຍໃຫ້ອິສະຣາເອນລອດພົ້ນຈາກມືຂອງຊາວອີຢິບ, ແລະອິສະຣາເອນກໍໄດ້ເຫັນສົບຂອງຊາວອີຢິບທີ່ແຄມທະເລ. \v 31 ເມື່ອອິສະຣາເອນໄດ້ເຫັນຣິດອຳນາດຫຍີ່ງໃຫຍ່ ຊຶ່ງພຣະຢາເວທີ່ໄດ້ເຮັດຕໍ່ຊາວອີຢິບ, ປະຊາຊົນກໍໄດ້ຖວາຍກຽດແດ່ພຣະຢາເວ, ແລະພວກເຂົາໄວ້ວາງໃຈພຣະຢາເວ ແລະ ໂມເຊຜູ້ຮັບໃຊ້ຂອງພຣະອົງ.