lo_exo_text_ulb_l3/14/15.txt

1 line
1.4 KiB
Plaintext

\v 15 ແລ້ວພຣະຢາເວໄດ້ກ່າວກັບໂມເຊວ່າ, "ເປັນຫຍັງ, ໂມເຊ, ຈຶ່ງມາຮ້ອງທຸກຕໍ່ເຮົາອີກ? ຈົ່ງສັ່ງອິສະຣາເອນໃຫ້ເດີນທາງຕໍ່ໄປ. \v 16 ຈົ່ງຍົກໄມ້ຄ້ອນເທົ້າຂອງເຈົ້າຂຶ້ນ, ແລ້ວຍື່ນມືອອກໄປເຫນືອທະເລ ແລະ ແຍກມັນອອກໃຫ້ເປັນສອງສ່ວນ, ເພື່ອວ່າຊາວອິສະຣາເອນຈະຍ່າງຜ່ານທະເລເທິງດິນແຫ້ງໄດ້. \v 17 ຈົ່ງຮູ້ວ່າເຮົາກໍຈະເຮັດໃຫ້ໃຈຂອງຊາວອີຢິບແຂງກະດ້າງ ແລ້ວພວກເຂົາຈະຕາມພວກເຈົ້າໄປ. ເຮົາຈະໄດ້ຮັບກຽຕ ເພາະຟາຣາໂອແລະທະຫານທັງຫມົດ, ລົດຮົບ, ແລະພົນມ້າທັງຫລາຍຂອງເຂົາ. \v 18 ແລ້ວຊາວອີຢິບຈະຮູ້ວ່າເຮົາຄືພຣະຢາເວ ເມື່ອເຮົາໄດ້ຮັບກຽຕ ເພາະຟາຣາໂອ, ລົດມ້າທັງຫລາຍ, ແລະລົດຮົບຂອງເຂົາ."