lo_exo_text_ulb_l3/14/10.txt

1 line
1.4 KiB
Plaintext

\v 10 ເມື່ອຟາຣາໂອໄດ້ເຂົ້າມາໃກ້, ຊາວອິສະຣາເອນກໍໄດ້ເງີຍຫນ້າຂຶ້ນເບິ່ງ ແລະ ປະຫລາດໃຈ. ຊາວເອຢິບກຳລັງຍົກກອງທັບຕິດຕາມມາ, ແລະພວກເຂົາກໍຢ້ານຫລາຍ. ຊາວອິສະຣາເອນຈຶ່ງໄດ້ຮ້ອງຫາພຣະຢາເວ. \v 11 ພວກເຂົາໄດ້ກ່າວແກ່ໂມເຊວ່າ, "ຂຸມຝັງສົບໃນອີຢິບບໍ່ມີບໍ, ທ່ານຈຶ່ງໄດ້ພາພວກເຮົາອອກມາຕາຍໃນຖິ່ນແຫ້ງແລ້ງກັນດານນີ້? ເປັນຫຍັງທ່ານຈຶ່ງເຮັດກັບພວກເຮົາຢ່າງນີ້, ຄືພາພວກເຮົາອອກມາຈາກອີຢິບ? \v 12 ເຮົາບອກທ່ານໃນອີຢິບແລ້ວບໍ່ແມ່ນບໍ? ເຮົາບອກທ່ານວ່າ, 'ຈົ່ງປ່ອຍພວກເຮົາຕາມລຳພັງ, ໃຫ້ພວກເຮົາຮັບໃຊ້ຊາວອີຢິບເຖີ້ນ.' ເຮັດວຽກໃຫ້ພວກເຂົາກໍຍັງດີກວ່າ ພວກເຮົາມາຕາຍໃນຖິ່ນແຫ້ງແລ້ງກັນດານນີ້."