lo_exo_text_ulb_l3/13/19.txt

1 line
1.5 KiB
Plaintext

\v 19 ໂມເຊໄດ້ນຳເອົາກະດູກຂອງໂຢເຊັບໄປກັບລາວດ້ວຍ, ເພາະໂຢເຊັບໄດ້ໃຫ້ຊາວອິສະຣາເອນປະຕິຍານຢ່າງຈິງຈັງ ແລະກ່າວວ່າ, "ພຣະເຈົ້າຈະຊ່ວຍພວກທ່ານຢ່າງແນ່ນອນນັ້ນ, ແລະໃຫ້ພວກທ່ານຈົ່ງເອົາກະດູກຂອງຂ້ອຍໄປກັບພວກເຈົ້າດ້ວຍ." \v 20 ພວກອິສະຣາເອນອົບພະຍົບອອກຈາກເມືອງສຸກໂກດ ແລະຕັ້ງຄ້າຍທີ່ເອທາມຊຶ່ງຢູ່ຂອບຂອງຖິ່ນແຫ້ງແລ້ງກັນດານ. \v 21 ພຣະຢາເວນຳທາງພວກເຂົາໃນເວລາກາງວັນດ້ວຍເສົາເມກ. ໃນເວລາກາງຄືນດ້ວຍເສົາໄຟ ເພື່ອໃຫ້ພວກເຂົາມີຄວາມສະຫວ່າງ. ດ້ວຍວິທີນີ້ ພວກເຂົາຈະເດີນທາງໄດ້ທັງກາງເວັນ ແລະ ກາງຄືນ. \v 22 ພຣະຢາເວບໍ່ໄດ້ເອົາເສົາເມກໃນເວລາກາງເວັນ ຫລືເສົາໄຟໃນເວລາກາງຄືນ ອອກຫນີຈາກເບື້ອງຫນ້າປະຊາຊົນເລີຍ.