lo_exo_text_ulb_l3/13/14.txt

1 line
1.7 KiB
Plaintext

\v 14 ເມື່ອຕໍ່ໄປພາຍຫນ້າ ເມື່ອລູກຊາຍຂອງເຈົ້າຖາມວ່າ, 'ການເຮັດຢ່າງນີ້ຫມາຍຄວາມວ່າຫຍັງ?' ກໍໃຫ້ເຈົ້າຕອບເຂົາວ່າ, 'ເປັນເພາະພຣະຫັດອັນເຂັ້ມແຂງທີ່ພຣະຢາເວໄດ້ຊົງນຳພວກເຮົາອອກຈາກອີຢິບຈາກເຮືອນທາດ. \v 15 ເມື່ອຟາຣາໂອດື້ດ້ານບໍ່ຍອມປ່ອຍພວກເຮົາໄປ. ພຣະຢາເວຈຶ່ງປະຫານລູກກົກທັງຫມົດໃນແຜ່ນດິນອີຢິບ ແລະ ລູກຫົວປີຂອງສັດທັງຫມົດ. ທັງລູກກົກຂອງຄົນ ແລະ ລູກຫົວປີຂອງສັດ. ນີ້ຄືເຫດທີ່ຂ້ານ້ອຍຖວາຍບູຊາໂຕຜູ້ທຸກໂຕທີ່ອອກມາຈາກຄັນທຳອິດແດ່ພຣະຢາເວ, ແລະນີ້ຄືເຫດວ່າເປັນຫຍັງເຮົາຈຶ່ງຊື້ລຸກຊາຍກົກທັງຫມົດຂອງເຮົາກັບຄືນມາ.' \v 16 ນີ້ຈະກາຍມາເປັນສິ່ງເຕືອນໃຈເທິງມື, ແລະເຕືອນຄວາມຈໍາເທິງຫນ້າຜາກຂອງເຈົ້າ. ເພາະດ້ວຍພຣະຫັດອັນເຂັ້ມແຂງຂອງພຣະຢາເວໄດ້ນຳພວກເຮົາອອກມາຈາກອີຢິບ."