lo_exo_text_ulb_l3/12/37.txt

1 line
1.2 KiB
Plaintext

\v 37 ຊາວອິສະຣາເອນໄດ້ອອກເດີນທາງຈາກເມືອງຣາມາເສດໄປເຖິງເມືອງສຸກໂກດ. ມີຜູ້ຊາຍເດີນທາງໂດຍການຍ່າງປະມານ 600,000 ຄົນ ໂດຍບໍ່ໄດ້ນັບຜູ້ຍິງ ແລະ ເດັກນ້ອຍ. \v 38 ມີຄົນຊາດອື່ນທີ່ບໍ່ແມ່ນຄົນອິສະຣາເອນໄປກັບພວກເຂົາດ້ວຍ, ພ້ອມທັງຝູງແບ້ແກະ ແລະຝູງງົວເປັນຈຳນວນຫລວງຫລາຍ. \v 39 ພວກເຂົາປີ້ງເຂົ້າຈີ່ບໍ່ມີເຊື້ອແປ້ງ ທີ່ພວກເຂົາເອົາມາຈາກອີຢິບ. ທີ່ບໍ່ໃສ່ເຊື້ອແປ້ງເພາະພວກເຂົາໄດ້ຖືກເລັ່ງໃຫ້ອອກຈາກອີຢິບໂດຍໄວ ແລະ ບໍ່ອາດຊັກຊ້າເພື່ອກຽມອາຫານໄດ້. \v 40 ຊາວອິສະຣາເອນໄດ້ຢູ່ໃນອີຢິບເປັນເວລາ 430 ປີ.