lo_exo_text_ulb_l3/12/31.txt

1 line
1.1 KiB
Plaintext

\v 31 ຟາຣາໂອເອີ້ນໂມເຊ ແລະ ອາໂຣນເຂົ້າເຝົ້າໃນເວລາກາງຄືນ ແລະກ່າວວ່າ, "ຈົ່ງລຸກຂຶ້ນ, ອອກໄປຈາກປະຊາຊົນຂອງຂ້ອຍ, ຕະຫລອດທັງເຈົ້າ ແລະ ຊາວອິສະຣາເອນ. ຈົ່ງໄປ, ນະມັດສະການພຣະຢາເວ, ຕາມທີ່ເຈົ້າເວົ້າວ່າເຈົ້າຕ້ອງເຮັດຢ່າງນັ້ນ. \v 32 ຈົ່ງເອົາຝູງແບ້ແກະ ແລະ ຝູງງົວຂອງພວກເຈົ້າໄປ, ແລະຈົ່ງໄປ, ແລະອວຍພອນໃຫ້ແກ່ເຮົາດ້ວຍ." \v 33 ຝ່າຍຊາວອີຢິບກໍໄດ້ເລັ່ງໃຫ້ພວກເຂົາອອກໄປຈາກແຜ່ນດິນນັ້ນໂດຍໄວ, ເພາະພວກເຂົາເວົ້າວ່າ, "ພວກເຮົາຕາຍກັນຫມົດແລ້ວ."