lo_exo_text_ulb_l3/12/21.txt

1 line
985 B
Plaintext

\v 21 ແລ້ວໂມເຊໄດ້ເອີ້ນພວກຜູ້ອາວຸໂສທຸກຄົນຂອງອິສະຣາເອນມາພົບ ແລະ ກ່າວກັບພວກເຂົາວ່າ. "ຈົ່ງໄປ ແລະ ເລືອກລູກແກະທີ່ຈະພຽງພໍສຳລັບລ້ຽງຄອບຄົວຂອງພວກເຈົ້າ ແລະ ຂ້າເປັນລູກແກະປັດສະຄາ. \v 22 ແລ້ວໄປເອົາກິ່ງຫຸສົບມາ ແລ້ວຈຸ່ມມັນລົງໃນເລືອດທີ່ຢູ່ໃນອ່າງ. ໃຊ້ເລືອດໃນອ່າງປ້າຍດ້ານເທິງຂອງຂອບປະຕູ ແລະ ເສົາປະຕູທັງສອງຂ້າງ. ບໍ່ໃຫ້ຜູ້ໃດໃນພວກທ່ານອອກໄປນອກປະຕູເຮືອນຈົນກວ່າຈະຮອດຕອນເຊົ້າ.