lo_exo_text_ulb_l3/12/17.txt

1 line
1.1 KiB
Plaintext

\v 17 ພວກເຈົ້າຕ້ອງຖືປະຕິບັດເທສະການເຂົ້າຈີ່ບໍ່ມີເຊື້ອແປ້ງນີ້ ເພາະໃນມື້ນີ້ເອງເຮົາຈະໄດ້ນຳປະຊາຊົນຂອງເຮົາ, ແບ່ງທະຫານອອກໂດຍແຕ່ລະກຸ່ມ, ເພື່ອອອກຈາກແຜ່ນດິນອີຢິບ. ດັ່ງນັ້ນພວກເຈົ້າຕ້ອງຖືປະຕິບັດວັນດັ່ງກ່າວນີ້ ຕະຫລອດຊົ່ວຍຸກສະໄຫມຂອງພວກເຈົ້າ. ນີ້ເປັນບັນຍັດຕະຫລອດໄປສຳລັບພວກເຈົ້າ. \v 18 ພວກເຈົ້າຈະຕ້ອງກິນເຂົ້າຈີ່ບໍ່ມີເຊື້ອແປ້ງ ຕັ້ງແຕ່ໃນຕອນຕາເວັນລັບແສງຂອງມື້ທີ່ສິບສີ່ເດືອນທຳອິດຂອງປີ, ຈົນເຖິງຕາເວັນລັບແສງໃນວັນທີຊາວເອັດຂອງເດືອນ.