lo_exo_text_ulb_l3/12/12.txt

1 line
1.6 KiB
Plaintext

\v 12 ພຣະຢາເວກ່າວດັ່ງນີ້ວ່າ: ເຮົາຈະຜ່ານເຂົ້າໃນແຜ່ນດິນອີຢິບໃນຄືນນັ້ນ ແລະ ຂ້າລູກກົກຂອງຄົນ ແລະ ສັດທັງຫມົດໃນແຜ່ນດິນອີຢິບ. ເຮົາຈະນຳການລົງໂທດມາຍັງບັນດາພະຂອງອີຢິບທັງຫມົດ. ເຮົາຄືພຣະຢາເວ. \v 13 ເລືອດຈະເປັນເຄື່ອງຫມາຍຢູ່ທີ່ເຮືອນຂອງພວກເຈົ້າ. ເມື່ອເຮົາມາຫາພວກເຈົ້າ. ເມື່ອເຮົາເຫັນເລືອດນັ້ນ, ເຮົາຈະຜ່ານພວກເຈົ້າໄປໃນຂະນະທິ່ເຮົາໂຈມຕີແຜ່ນດິນອີຢິບ. ພັຍພິບັດນີ້ຈະບໍ່ເກີດຂຶ້ນກັບພວກເຈົ້າ ແລະ ບໍ່ທຳລາຍພວກເຈົ້າ. \v 14 ມື້ນີ້ຈະກາຍເປັນມື້ທີ່ລະນຶກເຖີງສຳລັບພວກເຈົ້າ, ພວກເຈົ້າຈະຕ້ອງຖືປະຕິບັດໃຫ້ເປັນເທສະການສຳລັບພຣະຢາເວ. ມັນກໍຈະເປັນບັນຍັດສຳລັບພວກເຈົ້າສະເຫມີ, ຕະຫລອດທຸກຍຸກສະໄຫມຂອງພວກເຈົ້າ, ວ່າພວກເຈົ້າຕ້ອງຖືປະຕິບັດມື້ນີ້.