lo_exo_text_ulb_l3/12/05.txt

1 line
1.2 KiB
Plaintext

\v 5 ລູກແກະ ຫລືແບ້ຫນຸ່ມຂອງເຈົ້າຕ້ອງປາສະຈາກຕໍາຫນິ, ໂຕຜູ້ອາຍຸຫນຶ່ງປີ. ພວກເຈົ້າອາດເອົາແກະ ຫລືແບ້ມາໂຕຫນຶ່ງກໍໄດ້. \v 6 ພວກເຈົ້າຕ້ອງເບິ່ງແຍງມັນຈົນຮອດມື້ທີ່ສີບສີ່ຂອງເດືອນນັ້ນ. ແລ້ວໃຫ້ຊຸມນຸມຊາວອິສະຣາເອນທັງຫມົດ ຕ້ອງຂ້າສັດເຫລົ່ານັ້ນໃນຕອນໃກ້ຈະຄໍ່າ. \v 7 ພວກເຈົ້າຕ້ອງເອົາເລືອດບາງສ່ວນມາ ແລະທາເທິງປະຕູທັງສອງຂ້າງ ແລະດ້ານເທິງຂອງຮອບປະຕູຂອງບ້ານທີ່ພວກເຈົ້າຈະກິນຊີ້ນນັ້ນ. \v 8 ພວກເຈົ້າຕ້ອງກິນຊີ້ນຄືນນັ້ນຫລັງຈາກປີ້ງໃສ່ໄຟກ່ອນ. ກີນຊີ້ນກັບເຂົ້າຈີ່ບໍ່ມີເຊື້ອແປງ, ພ້ອມກັບຜັກຂົມ.