lo_exo_text_ulb_l3/11/06.txt

1 line
1.3 KiB
Plaintext

\v 6 ແລ້ວຈະມີການຮ້ອງໃຫ້ສຽງດັງທົ່ວແຜ່ນດີນເອຢິບ, ຢ່າງບໍ່ເຄີຍມີມາກ່ອນ ຕໍ່ໄປພາຍຫນ້າຈະບໍ່ມີອີກເລີຍ. \v 7 ແຕ່ຈະບໍ່ມີແມ່ນແຕ່ສຽງຫມາເຫົ່າໃດໆຕໍ່ສູ້ປະຊາຊົນອິສະຣາເອນ, ບໍ່ວ່າຄົນຫລືສັດ. ໂດຍວິທີນີ້ເຈົ້າຈະຮູ້ວ່າ ເຮົາຈະປະຕິບັດຕໍ່ຊາວອີຢິບ ແລະ ຊາວອິສະຣາເອນແຕກຕ່າງກັນ.' \v 8 ເຫລົ່າຂ້າຣາຊະການທັງຫມົດຂອງເຈົ້າ, ຟາຣາໂອ, ຈະລົງມາຫາເຮົາ ແລະກາບລົງຕໍ່ເຮົາ. ພວກເຂົາຈະເວົ້າວ່າ, 'ຈົ່ງໄປ, ທັງເຈົ້າ ແລະປະຊາຊົນທັງຫມົດຜູ້ຕິດຕາມເຈົ້າມາດ້ວຍ!' ຫລັງຈາກນັ້ນຂ້ານ້ອຍກໍຈະອອກໄປ." ແລ້ວລາວໄດ້ທູນລາຈາກຟາຣາໂອໄປດ້ວຍຄວາມໂກດຮ້າຍຢ່າງໃຫຍ່.