lo_exo_text_ulb_l3/11/01.txt

1 line
1.2 KiB
Plaintext

\c 11 \v 1 ແລ້ວພຣະຢາເວໄດ້ກ່າວກັບໂມເຊວ່າ, "ຍັງມີພັຍພິບັດອີກຢ່າງຫນຶ່ງມາສູ່ຟາຣາໂອ ແລະ ອີຢິບ. ຫລັງຈາກນັ້ນ, ລາວຈະປ່ອຍພວກເຈົ້າໄປຈາກທີ່ນີ້. ສຸດທ້າຍເມື່ອລາວປ່ອຍພວກເຈົ້າໄປ, ລາວຈະຂັບໄລ່ພວກເຈົ້າອອກຈົນຫມົດ. \v 2 ຈົ່ງບອກປະຊາຊົນທຸກຄົນທັງຊາຍ ແລະ ຍິງ ຂໍເອົາເຄື່ອງເງິນ ແລະ ເຄື່ອງຄຳຈາກເພື່ອນບ້ານຂອງຕົນ." \v 3 ບັດນີ້ ພຣະຢາເວເຮັດໃຫ້ຊາວອີຢິບພໍໃຈຊາວອິສະຣາເອນ. ຫລາຍໄປກວ່ານັ້ນ, ໂມເຊກໍເປັນທີ່ນັບຖືຫລາຍໃນສາຍຕາຂອງຂ້າຣາຊະການຂອງຟາຣາໂອ ແລະຂອງປະຊາຊົນອີຢິບດ້ວຍ.