lo_exo_text_ulb_l3/10/24.txt

1 line
1.3 KiB
Plaintext

\v 24 ຟາຣາໂອເອີ້ນໂມເຊເຂົ້າເຝົ້າ ແລະກ່າວວ່າ, "ຈົ່ງໄປນະມັດສະການພຣະຢາເວເຖີດ, ແຕ່ໃຫ້ຄອບຄົວໄປກັບພວກເຈົ້າ, ແຕ່ຝູງແກະ ແລະແບ້ຈະຕ້ອງຢູ່ທີນີ້." \v 25 ແຕ່ໂມເຊຕອບວ່າ, "ທ່ານຕ້ອງມອບເຄື່ອງບູຊາໃຫ້ແກ່ພວກຂ້ານ້ອຍ ແລະເຄື່ອງເຜົາບູຊາດ້ວຍ ເພື່ອພວກຂ້ານ້ອຍຈະໄດ້ຖວາຍບູຊາແດ່ພຣະຢາເວພຣະເຈົ້າຂອງພວກຂ້ານ້ອຍ. \v 26 ຝູງສັດຂອງພວກຂ້ານ້ອຍຈະຕ້ອງໄປກັບພວກຂ້ານ້ອຍດ້ວຍ; ດ້ວຍວ່າພວກຂ້ານ້ອຍຈະຕ້ອງເອົາສັດຈາກຝູງໄປຖວາຍພຣະຢາເວ ພຣະເຈົ້າຂອງພວກຂ້ານ້ອຍ. ດ້ວຍວ່າພວກຂ້ານ້ອຍຍັງບໍ່ຮູ້ວ່າຈະຕ້ອງເອົາສັດໄປຖວາຍພຣະຢາເວ ຈົນກວ່າຈະເຖິງທີ່ນັ້ນກ່ອນ."