lo_exo_text_ulb_l3/10/21.txt

1 line
1.0 KiB
Plaintext

\v 21 ແລ້ວພຣະຢາເວກ່າວແກ່ໂມເຊວ່າ, "ຈົ່ງຍົກມືຂອງເຈົ້າຂຶ້ນສູ່ທ້ອງຟ້າ, ເພື່ອຈະໃຫ້ຄວາມມືດທົ່ວແຜ່ນດິນອີຢິບ ເປັນຄວາມມືດຈົນຕ້ອງໃຊ້ມືລູບຄຳໄປ. \v 22 ໂມເຊຈຶ່ງຍົກມືຂຶ້ນສູ່ທ້ອງຟ້າ, ແລະກໍມີຄວາມມືດຫນາທົ່ວແຜ່ນດິນອີຢິບສາມມື້. \v 23 ພວກເຂົາເບິ່ງກັນບໍ່ເຫັນເລີຍ; ບໍ່ມີໃຜລຸກໄປຈາກເຮືອນຂອງຕົນຕະຫລອດທັງສາມມື້. ເຖິງຢ່າງໃດກໍດີ, ບັນດາຊາວອິສະຣາເອນທຸກຄົນໄດ້ມີແສງສະຫວ່າງຢູ່ໃນບ່ອນທີ່ພວກເຂົາອາໄສນັ້ນ.