lo_exo_text_ulb_l3/10/12.txt

1 line
1.0 KiB
Plaintext

\v 12 ແລ້ວພຣະຢາເວຈຶ່ງກ່າວກັບໂມເຊວ່າ, "ຈົ່ງຍົກມືຂຶ້ນສູ່ທ້ອງຟ້າເຫນືອແຜ່ນດິນອີຢິບໄປຍັງຝູງຕັກແຕນ, ເພື່ອພວກມັນຈະໄດ້ໂຈມຕີແຜ່ນດິນອີຢິບ ແລະກິນພືດພັນທຸກຢ່າງ, ຄືທຸກຢ່າງທີ່ເຫລືອຈາກຫມາກເຫັບທຳລາຍນັ້ນ." \v 13 ໂມເຊຈຶ່ງຍົກໄມ້ຄ້ອນເທົ້າຂອງເຂົາອອກເຫນືອແຜ່ນດິນອີຢິບ, ແລະພຣະຢາເວກໍນຳລົມຕາເວັນອອກພັດມາເຫນືອແຜ່ນດິນຕະຫລອດທັງກາງເວັນ ແລະ ກາງຄືນ. ເມື່ອເຖິງຕອນເຊົ້າ, ລົມຕາເວັນອອກກໍພັດຝູງຕັກແຕນມາ.