lo_exo_text_ulb_l3/10/09.txt

1 line
1.3 KiB
Plaintext

\v 9 ໂມເຊກ່າວວ່າ, "ພວກຂ້ານ້ອຍຈະໄປກັບຄົນຫນຸ່ມ ແລະກັບຜູ້ອາວຸໂສ, ບັນດາລູກຊາຍ ແລະລູກສາວ. ພວກເຮົາຈະໄປກັບຝູງແກະແບ້ແລະຝູງງົວ, ເພາະພວກຂ້ານ້ອຍຈະຕ້ອງຈັດງານລ້ຽງຖວາຍແດ່ພຣະຢາເວ." \v 10 ຟາຣາໂອກ່າວແກ່ພວກເຂົາວ່າ,"ຂໍພຣະຢາເວຈົ່ງສະຖິດຢູ່ກັບພວກເຈົ້າ, ຖ້າຂ້ອຍໃຫ້ພວກເຈົ້າໄປ ແລະລູກຫລານຂອງເຈົ້າໄປດ້ວຍ. ເບິ່ງເຖີດ, ເຈົ້າຕ້ອງມີຄວາມຊົ່ວຮ້າຍບາງຢ່າງໃນໃຈ. \v 11 ບໍ່ໄດ້! ຈົ່ງໄປ, ໄດ້ສະເພາະຜູ້ຊາຍທ່າມກາງພວກເຈົ້າ, ແລະນະມັດສະການພຣະຢາເວ, ເພາະນີ້ຄືສີ່ງທີ່ເຈົ້າຕ້ອງການ." ແລ້ວໂມເຊ ແລະອາໂຣນກໍຖືກຂັບໄລ່ໄປໃຫ້ພົ້ນຫນ້າຂອງຟາຣາໂອ.