lo_exo_text_ulb_l3/10/01.txt

1 line
1.2 KiB
Plaintext

\c 10 \v 1 ພຣະຢາເວກ່າວແກ່ໂມເຊວ່າ, "ຈົ່ງໄປຫາຟາຣາໂອ, ເພາະເຮົາໄດ້ເຮັດໃຫ້ໃຈຂອງລາວ ແລະໃຈຂອງບັນດາຂ້າຣາຊະການຂອງລາວແຂງກະດ້າງ. ເຮົາໄດ້ເຮັດສິ່ງນີ້ເພື່ອສະແດງຫມາຍສຳຄັນ ເຫລົ່ານີ້ແຫ່ງຣິດອຳນາດຂອງເຮົາທ່າມກາງພວກເຂົາ. \v 2 ເຮົາໄດ້ເຮັດໃນສິ່ງນີ້ເພື່ອວ່າເຈົ້າຈະໄດ້ເລົ່າແກ່ລູກ ແລະ ຫລານເຖິງສິ່ງທີ່ເຮົາໄດ້ເຮັດ, ເຖິງວິທີທີ່ເຮົາໄດ້ເຮັດຕໍ່ຊາວອີຢິບຢ່າງຮຸນແຮງ, ແລະວິທີທີ່ເຮົາໄດ້ເຮັດຫມາຍສຳຄັນຕ່າງໆ ແຫ່ງຣິດອຳນາດຂອງເຮົາທ່າມກາງພວກເຂົາ. ດ້ວຍວິທີນີ້ພວກເຈົ້າຈະຮູ້ວ່າ ເຮົາຄືພຣະຢາເວ."