lo_exo_text_ulb_l3/09/22.txt

1 line
1.3 KiB
Plaintext

\v 22 ແລ້ວພຣະຢາເວກ່າວແກ່ໂມເຊວ່າ, "ຈົ່ງຢຽດມືຂອງເຈົ້າຂຶ້ນສູ່ທ້ອງຟ້າ ເພີ່ອວ່າຈະມີຫມາກເຫັບຕົກທົ່ວແຜ່ນດິນອີຢິບ, ເທິງຄົນ, ເທິງສັດທັງຫລາຍ, ແລະເທິງພືດພັນທັງຫມົດທີ່ຢູ່ໃນທົງນາທົ່ວແຜ່ນດິນອີຢິບ." \v 23 ໂມເຊຈຶ່ງຍົກໄມ້ຄ້ອນເທົ້າຂຶ້ນສູ່ຟ້າ, ແລະພຣະຢາເວສົ່ງຟ້າຜ່າ, ສົ່ງຫມາກເຫັບ, ແລະສົ່ງຟ້າແມບມາຍັງແຜ່ນດິນ. ພຣະອົງຈຶ່ງໄດ້ເຮັດໃຫ້ຝົນຫມາກເຫັບຕົກລົງໃນແຜ່ນດິນອີຢິບ. \v 24 ດັ່ງນັ້ນຈຶ່ງມີຫມາກເຫັບ ແລະ ມີຟ້າແມບປົນກັບຫມາກເຫັບຢ່າງຮຸນແຮງ, ຢ່າງທີ່ບໍ່ເຄີຍມີມາກ່ອນໃນແຜ່ນດິນອີຢິບນັບຕັ້ງແຕ່ເລີ່ມເປັນປະເທດຊາດມາ.